ບໍລິການຄ້ຳປະກັນການອອກຈຳໜ່າຍຫຼັກຊັບ


ການ​ບໍລິການ:

  • ຄ້ຳປະກັນການອອກຈຳໜ່າຍຮຸ້ນໃຫ້ແກ່ ມວນຊົນ ທົ່ວໄປ;
  • ຄໍ້າປະກັນ​ການອອກ​ຈໍາໜ່າຍ​ຮຸ້ນ​ໃຫ້​​ແກ່ ນັກລົງທຶນສະເພາະເຈາະຈົງ;
  • ຄ້ຳປະກັນໃນຖານະຜູ້ຄ້ຳປະກັນຫຼັກ ຫຼື ຜູ້ຄ້ຳປະກັນຮ່ວມ;
  • ປະສານງານກັບຝ່າຍທີ່ປຶກສາດ້ານການເງິນ ແລະ ປະສານສົມທົບກັບຝ່າຍນາຍໜ້າຊື້-ຂາຍຫຼັກຊັບ ແລະ ຕົວແທນຈຳໜ່າຍເພື່ອສະເໜີຂາຍຫຼັກຊັບທີ່ອອກຈຳໜ່າຍ

 

BCEL-KT ​​ມີ​ປະສົບ​ການຍາວ​ນານ ​ແລະ ມີ​ຜົນສຳ​ເລັດ​ສູງ​ໃນ​ການ​ໃຫ້​ບໍລິການຄ້ຳປະກັນການອອກຈຳໜ່າຍ​ຫຼັກ​ຊັບ (ລວມທັງ ການ​ອອກ​ຈໍາໜ່າຍ​ຫຼັກ​ຊັບໃຫ້​ມວນ​ຊົນ​ຄັ້ງທໍາ​ອິດ-IPO, ການ​ອອກ​ຈໍາໜ່າຍ​ຫຼັກ​ຊັບ​ໃຫ້​ມວນຊົນ-PO, ​ແລະ ການ​ອອກ​ຈໍາໜ່າຍ​ຫຼັກ​ຊັບໃຫ້​ຜູ້​ຖື​ຮຸ້ນ​ເດີມ-RO). ບໍລິສັດ​ຍັງ​ມີ​ປະສົບ​ການ​ໃນ​ການ​ໂຄສະນາ​ຂາຍ​ຫຼັກ​ຊັບໃຫ້​ກັບນັກ​ລົງທຶນ (ບຸກຄົນ ​ແລະ ສະ​ຖາ​ບັນ) ທັງ​ຕະຫຼາດ​ພາຍ​ໃນ (ທົ່ວ​ປະ​ເທດ) ​ແລະ ຕະຫຼາດ​ຕ່າງປະ​ເທດ (​ໄທ, ຮົງ​ກົງ, ສິງກະ​ໂປ, ສະຫະລັດ​ອາ​ເມ​ລິ​ກາ ​ແລະ ອື່ນໆ).

ສໍາລັບ​ຕະຫຼາດ​ພາຍ​ໃນ, ​BCEL-KT ​ໄດ້​ຮັບ​ການ​ສະໜັບສະໜູນ ຈາກ ບໍລິສັດ​​ແມ່ (BCEL)​ ໃນ​ການ​ເປັນ​ຕົວ​​ແທນ​ຈຳໜ່າຍ​ຮຸ້ນ ​ໃນ​ທົ່ວ ສປປ ລາວ. ສໍາລັບ​ຕະຫຼາດ​ຕ່າງປະ​ເທດ, BCEL-KT ​ໄດ້​ຮັບ​ການສະ​ໜັບສະ​ໜູນຢ່າງ​ເຂັ້ມ​ແຂງ ຈາກ​ບໍລິສັດ​ແມ່ (​KT ZMICO) ທີ່ມີ​ປະສົບ​ການ​​, ຊື່​ສຽງ ​ແລະ ​ເຄືອຂ່າຍກວ້າງ​ຂວາງ​ໃນ​ຕະຫຼາດ​ຕ່າງປະ​ເທດ.

 

ຜົນ​ສໍາ​ເລັດການຄ້ຳປະກັນການອອກ​ຈໍາໜ່າຍ​ຮຸ້ນ ​ຜ່ານ​ມາ ລວມມີ:

  • ຄ້ຳປະກັນການສະ​ເໜີ​ຂາຍ​ຮຸ້ນ​​ໃຫ້​ມວນຊົນຄັ້ງທຳ​ອິດ (IPO) ​ຂອງ EDL-GEN, ປີ 2010, ມູນ​ຄ່າ ປະມານ 115 ລ້ານ​ໂດ​ລາ​ສະຫະລັດ;
  • ຄ້ຳປະກັນການສະ​ເໜີ​ຂາຍ​ຮຸ້ນ​​ໃຫ້​ມວນ​ຊົນ ຄັ້ງທີ່​ສອງ (PO) ຂອງ EDL-GEN, ປີ 2012, ມູນ​ຄ່າ ປະມານ ​84 ລ້ານໂດ​ລາ​ສະຫະລັດ;
  • ຄ້ຳປະກັນການ​ສະ​ເໜີ​ຂາຍ​ຮຸ້ນ​ໃໝ່​ໃຫ້​ກັບ​ຜູ້​ຖື​ຮຸ້ນ​ເດີມ (RO) ຂອງ EDL-GEN, ປີ 2012, ມູນ​ຄ່າ ປະມານ 116 ລ້ານ​ໂດ​ລາ​ສະຫະລັດ;
  • ຄ້ຳປະກັນກາ​ນສະ​ເໜີຂາຍ​ຮຸ້ນ​ຄັ້ງທຳ​ອິດ (IPO) ຂອງ​ບໍລິສັດ​ ລາວ​ເວີນ ມະຫາຊົນ, ປີ 2013, ມູນ​ຄ່າ​ປະມານ 5 ລ້ານ​ໂດ​ລາ​ສະຫະລັດ.