ການບໍລິການ:
ທີມງານທີ່ປຶກສາດ້ານການເງິນ ຂອງ BCEL-KT ມີປະສົບການ ແລະ ຊື່ສຽງເປັນທີ່ຍອມຮັບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ. ທີ່ສຳຄັນ, BCEL-KT ຍັງໄດ້ຮັບການສະໜັບສະໜູນ ຈາກ ບໍລິສັດແມ່ (KT ZMICO) ທີ່ມີປະສົບການດ້ານທີ່ປຶກສາການເງິນໃນຫຼາຍຂະແໜງທຸລະກິດ ມາຫຼາຍກວ່າ 30ປີ.
ໂຄງການທຳອິດທີ່ BCEL-KT ໄດ້ໃຫ້ບໍລິການທີ່ປຶກສາດ້ານການເງິນ ແມ່ນການນຳພາ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ, ສາມາດລະດົມທຶນໄດ້ 115 ລ້ານໂດລາສະຫະລັດ. ໂຄງການນີ້ຖືເປັນຜົນງານອັນພົ້ນເດັ່ນທຳອິດຂອງ BCEL-KT ຊຶ່ງສະແດງເຖິງຄວາມເປັນມືອາຊີບທາງດ້ານທີ່ປຶກສາດ້ານການເງິນຂອງບໍລິສັດຕໍ່ມະຫາຊົນທັງພາຍໃນ ແລະ ຕ່າງປະເທດ.
ໃນປີ 2013, BCEL-KT ຍັງໄດ້ເປັນທີ່ປຶກສາທາງການເງິນ ໃຫ້ ບໍລິສັດ ລາວເວີນ ມະຫາຊົນ ໃນການເຂົ້າຈົດທະບຽນໃນຕະຫຼາດ ຫຼັກຊັບລາວ, ສາມາດລະດົມທຶນໄດ້ປະມານ 5 ລ້ານໂດລາສະຫະລັດ. ຜົນສຳເລັດດັ່ງກ່າວນີ້ ແມ່ນໄດ້ຢືນຢັນເຖິງຄວາມເປັນມືອາຊີບ ທາງດ້ານທີ່ປຶກສາທາງການເງິນຂອງ BCEL-KT.
ນອກຈາກນັ້ນ, ບໍລິສັດ BCEL-KT ຍັງເປັນທີ່ປຶກສາການເງິນໃຫ້ກັບບໍລິສັດອື່ນໆ ເຊັ່ນ:
ພາບລວມ ກ່ຽວກັບຂັ້ນຕອນການຈົດທະບຽນບໍລິສັດ ໃນຕະຫຼາດຫຼັກຊັບລາວ:

ໄລຍະທີ່ 1:
ໄລຍະທີ່ 2:
ໄລຍະທີ່ 3: