ບໍລິການນາຍໜ້າຊື້-ຂາຍຫຼັກຊັບ


ການ​ບໍລິການ:

  • ເປີດ​ບັນຊີ​ຫຼັກ​ຊັບ;
  • ຍືນ​ຂໍ​ໃບຢັ້ງຢືນ​​ຂຶ້ນ​ທະບຽນ​ນັກ​ລົງທຶນ​ຕ່າງປະ​ເທດ​ ໃຫ້ນັກ​ລົງທຶນ​ຕ່າງປະ​ເທດ;
  • ສົ່ງ​ຄຳ​ສັ່ງ​ຊື້-ຂາຍ ຫຼັກ​ຊັບ​ໃຫ້​ລູກ​ຄ້າ;
  • ສະໜອງ​ຂໍ້ມູນ​ທີ່​ຈຳ​ເປັນ​ກ່ຽວ​ກັບ​ການ​ຊື້​-ຂາຍຫຼັ​ກຊັບ​ໃຫ້​ນັກ​ລົງທຶນ;
  • ໃຫ້​ຄໍາ​ແນະນໍາການ​ລົງທຶນ​ໃຫ້​ແກ່​ນັກ​ລົງທຶນ​ລາຍ​ຍ່ອຍ ​ແລະ ສະ​ຖາ​ບັນ.

 

BCEL-KT ​ໃຫ້​ບໍລິການ​ທາງ​ດ້ານ​ນາຍ​ໜ້າ​ຊື້-ຂາຍ​ຫຼັກ​ຊັບ ​ແລະ ​ເປັນ​ທີ່​ປຶກສາການ​ລົງທຶນ​ໃນ​ຕະຫຼາດ​ຫຼັກ​ຊັບ​ລາວ (LSX) ​ເຊິ່ງພວກ​ເຮົາ​ມີ​ທີ​ມງານ​ການ​ຕະຫຼາດ​ທີ່​ມີ​ປະສົບ​ການ​ສູງ ​ແລະ ຜ່ານ​ຫຼັກ​ສູດ​ຝຶກ​ອົບຮົມ​ທີ່​ໄດ້​ມ​າດຕະຖານ ຂອງ ​LSX ​ແລະ ຄະນະ​ກຳມະການຄຸ້ມ​ຄອງ​ຫຼັກ​ຊັບ ​(LSCO).

ນອກ​ນັ້ນ, ພວກ​ເຮົາ​ຍັງ​ມີທີ​ມງານອື່ນໆ ທີ່​ເຂັ້ມ​ແຂງ ​​ໃນ​ການ​ໃຫ້​ຄວາມ​ສະໜັບສະໜູນ​ການ​ເຮັດ​ວຽກ​ຂອງທີ​ມງານ​ການ​ຕະຫຼາດ ​ເຊັ່ນ: ໜ່ວຍ​ງານ​ຄົ້ນຄວ້າ ​ແລະ ພະ​ແນ​ກບໍລິຫານ (ໜ່ວຍ​ງານ​ແນວ​ຫຼັງ). ສະນັ້ນ, ຈິ່ງ​ເຮັດ​ໃຫ້​ ບໍລິສັດ​ພວກ​ເຮົາ ສາມາດ​ຄອງສ່ວນ​ແບ່ງຕະຫຼາດ​ການ​ຊື້-ຂາຍ​ຮຸ້ນ​ໃນ​ຕະຫຼາດ​ຫຼັກ​ຊັບ​ລາວ ຫຼາຍ​ທີ່​ສຸດ.

ທີ​ມງານ​ນາຍ​ໜ້າ​ຊື້-ຂາຍ​ຫຼັກ​ຊັບ ​ຍັງ​ມີ​ມາດຕະຖານ​ສູງ​ໃນການ​ຮັກສາ​ຄວາມ​ລັບ​ຂອງ​ລູກ​ຄ້າ ​​ແລະ ມີ​ຄວາມເຂັ້ມ​ງວດ​​ໃນ​ການ ຮັກສາ​ຄວາມ​ປອດ​ໄພ ​ແລະ ​ເຂົ້າ​ເຖິງ​​ເຂດ​ປະຕິບັດ​ການສະ​ເພາະຂອງ​ທີ​ມງານ​ນາຍ​ໜ້າ​ຊື້-ຂາຍ​ຫຼັກ​ຊັບ ​ເຊິ່ງຈະ​ມີ​ພຽງ​ບຸກຄົນ​ໄດ້​ຮັບ​ອະນຸຍາດ​ເທົ່າ​ ຈິ່ງ​ສາມາດ​ເຂົ້າພື້ນ​ທີ່​ດັ່ງກ່າວ​ໄດ້ ​ໃນ​ຊົ່ວ​ໂມງ​ຊື້-ຂາຍ.