ປະກາດຮັບສະໝັກພະນັກງານ
.png)
ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ
ປະກາດຮັບສະໝັກພະນັກງານ
ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ ຕ້ອງການຮັບສະໝັກພະນັກງານຄົນລາວທີ່ມີຄຸນນະພາບຫຼາຍຕໍາແໜ່ງດັ່ງລຸ່ມນີ້:
ພະນັກງານຮັບຕ້ອນ (1 ຕໍາແໜ່ງ)
ໜ້າທີ່ຮັບຜິດຊອບ:
- ຮັບໂທລະສັບ ແລະ ຮັບແຂກທີ່ມາພົວພັນວຽກ
- ສະໜອງຂໍ້ມູນຂ່າວສານພື້ນຖານໃຫ້ລູກຄ້າກ່ຽວກັບຜະລິດຕະພັນ ແລະ ການບໍລິການຂອງບໍລິສັດ
- ເຮັດວຽກອື່ນໆຕາມການມອບໝາຍຂອງພະແນກບໍລິຫານ
ເງື່ອນໄຂຜູ້ສະໝັກ
- ຈົບຊັ້ນສູງ ຫຼື ປະລິນຍາຕີດ້ານການບໍລິຫານ ຫຼື ຂະແໜງການອື່ນທີ່ກ່ຽວຂ້ອງ
- ຮູ້ຈັກນໍາໃຊ້ຄອມພິວເຕີເປັນຢ່າງດີ
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີ
- ມີມະນຸດສໍາພັນດີ
- ອາຍຸ 20-25 ປີ, ເພດຍິງ
- ບໍ່ມີປະສົບການເຮັດວຽກກໍ່ໄດ້
ພະນັກງານທີ່ປຶກສາທາງການເງິນ (1 ຕໍາແໜ່ງ)
ໜ້າທີ່ຮັບຜິດຊອບ:
- ຊ່ວຍ ແລະ ຮັບຜິດຊອບການປັບປຸງໂຄງສ້າງບໍລິສັດ
- ໃຫ້ການບໍລິການໃຫ້ຄໍາແນະນໍາແກ່ບໍລິສັດທີ່ມີຄວາມຕ້ອງການຈົດທະບຽນໃນຕະຫຼາດຫຼັກຊັບລາວ
ເງື່ອນໄຂຜູ້ສະໝັກ:
- ຈົບປະລິນຍາຕີຂື້ນໄປ ດ້ານບັນຊີ, ບໍລິຫານທຸລະກິດ, ເສດຖະສາດ ຫຼື ຂະແໜງການອື່ນທີ່ກ່ຽວຂ້ອງ
- ມີຄວາມຮູ້ດ້ານບັນຊີ ແລະ ການເງິນດີ
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີ
- ໄດ້ຜ່ານການຝຶກອົບຮົມກ່ຽວກັບທຸລະກິດຫຼັກຊັບມາກ່ອນຍິ່ງເປັນການດີ ໃນກໍລະນີໄດ້ຮັບໃບປະກາດຫຼັກສູດ CMIP (Certified of Modern Investment Professional ) ຂອງ ຄລຕ ຈະໄດ້ຮັບການພິຈາລະນາເປັນພິເສດ
- ບໍ່ຈໍາກັດອາຍຸ
- ມີມະນຸດສໍາພັນດີ
ພະນັກງານນາຍໜ້າຊື້-ຂາຍຫຼັກຊັບ (2 ຕໍາແໜ່ງ)
ໜ້າທີ່ຮັບຜິດຊອບ:
- ໃຫ້ຄໍາແນະນໍາ ແລະ ໃຫ້ຂໍ້ມູນການລົງທຶນແກ່ນັກລົງທຶນ (ລູກຄ້າ)
- ເປັນນາຍໜ້າຊື້-ຂາຍຫຼັກຊັບແກ່ນັກລົງທຶນ
- ເຮັດວຽກອື່ນໆຕາມການມອບໝາຍຂອງພະແນກນາຍໜ້າຊື້-ຂາຍຫຼັກຊັບ
ເງື່ອນໄຂຜູ້ສະໝັກ:
- ຈົບປະລິນຍາຕີຂື້ນໄປ ດ້ານບັນຊີ, ບໍລິຫານທຸລະກິດ, ເສດຖະສາດ ຫຼື ຂະແໜງການອື່ນທີ່ກ່ຽວຂ້ອງ
- ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີ
- ໄດ້ຜ່ານການຝຶກອົບຮົມກ່ຽວກັບທຸລະກິດຫຼັກຊັບມາກ່ອນຍິ່ງເປັນການດີ ໃນກໍລະນີໄດ້ຮັບໃບປະກາດຫຼັກສູດ CMIP (Certified of Modern Investment Professional) ຂອງ ຄລຕ ຈະໄດ້ຮັບການພິຈາລະນາເປັນພິເສດ
- ອາຍຸ 20-30 ປີ
- ມີມະນຸດສໍາພັນດີ
ທ່ານ ທີ່ມີຄວາມສົນໃຈ ສາມາດຢື່ນໃບຄໍາຮ້ອງພ້ອມດ້ວຍຊີວະປະຫວັດ ແລະ ເອະສານປະກອບ ທີ່ ບໍລິສັດ ຫຼັກຊັບ ທຄຕລ-ກທ ຈໍາກັດ, ຕັ້ງຢູ່ ອາຄານຕະຫຼາດຫຼັກຊັບ ຊັ້ນ 7 ຖະໜົນ ກໍາແພງເມືອງ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ໂທ: 265487, 265480 ແຟັກ: 265488 ປິດຮັບຄໍາຮ້ອງວັນທີ 17/8/2011.