ການຈັດຝຶກອົບຮົມໃຫ້ ພະນັກງານການຕະຫຼາດ


ໃນວັນທີ 20-21/07/2011 ທີ່ສຳນັກງານໃຫຍ່ຂອງບໍລິສັດຫຼັກຊັບ BCEL-KT ໄດ້ມີການຈັດຝຶກອົບຮົມໃຫ້ ພະນັກງານການຕະຫຼາດຂອງບໍລິສັດຂື້ນ. ຫົວຂໍ້ຝຶກອົບຮົມໄດ້ແກ່ “ເຕັກນິກໃນການຂາຍ ແລະ ການບໍລິການທີ່ດີເລີດ”. ຈຸດປະສົງສຳຄັນຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານການຕະຫຼາດຂອງບໍລິສັດໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບ:
1. ການເປັນພະນັກງານຂາຍທີ່ດີຕ້ອງມີຄຸນສົມບັດຫຍັງແດ່?
2. ການສ້າງໃຫ້ເກີດການຂາຍຕ້ອງເຮັດແນວໃດ?
3. ເຕັກນິກການຂາຍ ແລະ ການເພີ່ມຍອດຂາຍ.
4. ການເຮັດວຽກເປັນທີມ.
5. ການສົນທະນາກັບລູກຄ້າທາງໂທລະສັບ.
6. ເຮັດແນວໃດໃຫ້ອົງກອນ (ບໍລິສັດ) ມີການບໍລິການທີ່ດີເລີດ.
7. ການປຽບທຽບລັກສະນະການເຮັດວຽກຂອງນັກຂາຍແບບ Proactive ແລະ ນັກຂາຍແບບ Reactive
ນັກວິທະຍາກອນ ໃນການຝຶກອົບຮົມຄັ້ງນີ້ແມ່ນ ທ່ານ ນ.ບຸດສະລາຄຳ ເຈຍສຸລິນ, ຫົວໜ້າຝ່າຍທີ່ປຶກສາການລົງທຶນຈາກບໍລິສັດຫຼັກຊັບ KT-ZMICO ຈຳກັດ (ປະເທດໄທ) ຊຶ່ງເປັນຜູ້ທີ່ມີປະສົບການໃນວົງການທຸລະກິດຊື້-ຂາຍຫຼັກຊັບ ໃນປະເທດໄທມາໄດ້ຫຼາຍກ່ວາ 20 ປີ.