ທະນາຄານຂອງຝຣັ່ງ COFIBRED ໄດ້ຕົກລົງຊື້ຮຸ້ນຂອງ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຈາກລັດຖະບານ ຫຼັງຈາກສຶກສາຜົນປະກອບການທະນາຄານ.

ທະນາຄານຝຣັ່ງຊື້ຮຸ້ນ BCEL 10 ເປີເຊັນ
ທ່ານ ນ.ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ແລະ ທ່ານ Yves Jacquot, ປະທານຜູ້ບໍລິຫານ COFIBREDໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນວັນສຸກທີ່ຜ່ານມາ, ທີ່ນະຄອນຫຼວງວຽງຈັນ,ເພື່ອກະກຽມຊື້ຮຸ້ນໃນຈຳນວນ 13 ລ້ານຮຸ້ນ, ໃນລາຄາ 11,000 ກີບຕໍ່ຮຸ້ນ. ລາຄາ ຊື້-ຂາຍ ຮຸ້ນ BCEL ໃນຕະຫຼາດຫຼັກຊັບໃນວັນສຸກທີ່ຜ່ານມາຢູ່ທີ່ ລາຄາ 8,200 ກີບ/ຮຸ້ນ.
ອີງຕາມບົດບັນທຶກ, ທະນາຄານຝຣັ່ງໄດ້ຕົກລົງທີ່ຈະມາເປັນຂາຮຸ້ນຍຸດທະສາດຂອງລັດຖະບານ ແລະ ຈະບໍ່ຂາຍຮຸ້ນອອກພາຍໃນ 3 ປີ.
ທ່ານ ສອນໄຊ ສິດພະໄຊ ຜູ້ອຳນວຍການ BCEL ໄດ້ກ່າວວ່າ ການເຂົ້າມາຊື້ຮຸ້ນ BCEL ຂອງ COFIBRED ເປັນຂີດໝາຍສຳຄັນ ໃນການພັດທະນາທະນາຄານຂອງພວກເຮົາ ແລະ ຄາດວ່າຈະໄດ້ຮັບການຊ່ວຍເຫຼືອຈາກຝຣັ່ງໃນດ້ານການພັດທະນາລະບົບໄອທີຂອງທະນາຄານ. ທ່ານຍັງກ່າວອີກວ່າ ການຊື້ຮຸ້ນຄັ້ງນີ້
ຈະເຮັດໃຫ້ຕ່າງປະເທດມີຄວາມໝັ້ນໃຈໃນການລົງທຶນຢູ່ລາວຫຼາຍຂື້ນ. ລັດຖະບານລາວ ຍັງຖືຮຸ້ນຫຼັກ 70% ຂອງ BCEL ໂດຍຍັງຮັກສາສິດໃນການແຕ່ງຕັ້ງຄະນະບໍລິຫານງານຂອງທະນາຄານ.
ການຂາຍຮຸ້ນໃຫ້ທະນາຄານຝຣັ່ງຄັ້ງນີ້ມີມູນຄ່າເຖິງ 150 ຕື້ກີບ (18 ລ້ານໂດລາສະຫະລັດ)
ຕາມການລາຍງານຂອງ BCEL, ໃນທ້າຍໄຕມາດ 1 ຂອງປີນີ້ ຊັບສິນທັງໝົດຂອງທະນາຄານ ມີເຖິງ 11,920 ຕື້ກີບ, ຊຶ່ງສະແດງໃຫ້ເຫັນການຂະຫຍາຍ ຕົວເພີ່ມຂື້ນ 25% ທຽບກັບປີຜ່ານມາ.
ແຕ່ເດືອນມັງກອນ ເຖິງ ເດືອນມີນາ, ທະນາຄານສ້າງລາຍຮັບໄດ້ 188 ຕື້ກີບ ເທົ່າກັບ 27% ຂອງແຜນລາຍຮັບປະຈຳປີ, ໃນຂະນະທີ່ລາຍຈ່າຍຢູ່ທີ່ 100 ຕື້ກີບ,ເຮັດໃຫ້ມີກຳໄລ 88 ຕື້ກີບ.
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນທາມ