ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2011, ຄະນະຜູ້ແທນ ສ.ມຽນມາ ນຳໂດຍທ່ານ ດຣ. ມິວໝິນ, ລັດ ຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ, ໄດ້ລົງ ຢຽ້ມຢາມບໍລິສັດຫຼັກຊັບ BCEL-KT. ທ່ານ ນ. ວະລາພອນ ວິບູນຄະນາລັກ, ຜູ້ອຳນວຍການບໍລິສັດ, ພ້ອມດ້ວຍຄະນະ ຄະນະບໍລິຫານ ໄດ້ຕ້ອນຮັບ ແລະລາຍງານຕໍ່ຄະນະຜູ້ແທນ ກ່ຽວກັບປະຫວັດຄວາມເປັນມາ ແລະ ພາລະບົດບາດຂອງບໍລິສັດ. ທ່ານ ດຣ. ມິວໝິນ ໄດ້ກ່າວວ່າ ລັດຖະບານມຽນມາ ມີຄວາມສົນໃຈທີ່ຈະພັດທະ ນາຕະຫຼາດຫຼັກຊັບ ຢູ່ປະເທດຂອງຕົນ ແລະຍິນດີທີ່ຈະຖອດຖອນບົດຮຽນນຳຕະຫຼາດຫຼັກຊັບລາວ ແລະໄທ ເນື່ອງຈາກເປັນປະເທດທີ່ຢູ່ໄກ້ຄຽງກັນ.