ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ (ທຄຕລ-ກທ ຫຼື BCEL-KT) ຖືກສ້າງຕັ້ງຂຶ້ນປີ 2010 ເຊິ່ງ ເປັນໜຶ່ງໃນບໍລິສັດທຳອິດ ທີ່ໄດ້ຮັບໃບອະນຸຍາດ ຈາກ ຄະນະກຳມະການ ຄຸ້ມຄອງຫຼັກຊັບ (ຄຄຊ ຫຼື LSC) ໃຫ້ເຄື່ອນໄຫວທຸລະກິດ ຫຼັກຊັບທຸກປະເພດທີ່ມີໃນ ສປປ ລາວ. ນອກນັ້ນ, ບໍລິສັດ ຍັງເປັນໜຶ່ງໃນສະມາຊິກທຳອິດຂອງຕະຫຼາດຫຼັກຊັບລາວ (ຕລຊລ ຫຼື LSX) ແລະ ຖືກຮັບຮູ້ວ່າເປັນ ບໍລິສັດນໍາໜ້າ ໃນຂະແໜງທຸລະກິດຫຼັກຊັບ ຂອງ ສປປ ລາວ.
BCEL-KT ເປັນບໍລິສັດຮ່ວມທຶນລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ ຫຼື BCEL) ແລະ ບໍລິສັດຫຼັກຊັບ ກຸງໄທ ເອັກສະປິງ ຈຳກັດ ປະເທດໄທ (KTX). BCEL ເປັນທະນາຄານທຸລະກິດນຳໜ້າ ທີ່ມີຄວາມໜ້າເຊື່ອຖື ແລະ ໃຫຍ່ທີ່ສຸດ ໃນ ສປປ ລາວ ຊຶ່ງໄດ້ສະໜອງການບໍລິການດ້ານທະນາຄານຫຼາກຫຼາຍປະເພດ ຕັ້ງແຕ່ປີ 1975 ເປັນຕົ້ນມາ ເຊັ່ນ: ຝາກເງິນ, ປ່ອຍສິນເຊື່ອ, ອອກໃບຄ້ຳປະກັນ ແລະອື່ນໆ. ປັດຈຸບັນ, BCEL ມີ 18 ສາຂາ, 38 ໜ່ວຍບໍລິການ, 10 ໜ່ວຍແລກປ່ຽນ ແລະ ພົວພັນກັບທະນາຄານຕົວແທນ ຫຼາຍກວ່າ 100 ແຫ່ງຢູ່ໃນໂລກ. KTX ເປັນໜຶ່ງໃນບໍລິສັດ ຫຼັກຊັບນໍາໜ້າ ຢູ່ປະເທດໄທ ທີ່ມີປະສົບການທາງດ້ານການໃຫ້ບໍລິການ: ການຊື້-ຂາຍຫຼັກຊັບ, ທີ່ປຶກສາທາງການເງິນ ແລະ ການຄ້ຳປະກັນການອອກຈຳໜ່າຍຫຼັກຊັບ ມາໄດ້ຫຼາຍກວ່າ 30 ປີ ຢູ່ໃນຫຼາຍຂະແໜງການທຸລະກິດ ເປັນຕົ້ນແມ່ນ: ຂະແໜງ ການທະນາຄານ, ການເງິນ, ການຜະລິດ, ປະກັນໄພ, ໂທລະຄົມມະນາຄົມ, ອີເລັກໂຕຣນິກ, ບໍ່ແຮ່, ອຸດສາຫະກຳໜັກ ແລະ ເຄມີ, ຂະແໜງກໍ່ສ້າງ ແລະ ອື່ນໆ.
BCEL-KT ໄດ້ສະໜອງຫຼາກຫຼາຍການບໍລິການກ່ຽວກັບຫຼັກຊັບ ເຊິ່ງລວມມີ: ບໍລິການທີ່ປຶກສາດ້ານການເງິນ, ບໍລິການຄໍ້າປະກັນການ ອອກຈຳໜ່າຍຫຼັກຊັບ ແລະ ບໍລິການນາຍໜ້າຊື້-ຂາຍຫຼັກຊັບ. ປັດຈຸບັນ ບໍລິສັດ ເປັນຜູ້ນໍາທາງດ້ານສ່ວນແບ່ງຕະຫຼາດການຊື້-ຂາຍຫຼັກ ຊັບ ແລະ ມີຖານນັກລົງທຶນທີ່ໃຫ່ຍທີ່ສຸດ ຢູ່ໃນ ສປປ ລາວ. ນອກຈາກນັ້ນ, ບໍລິສັດ ຍັງມີທີມງານນາຍໜ້າຊື້-ຂາຍຫຼັກຊັບທີ່ມີປະສົບການ ສູງ, ມີທີມງານອອກບົດຄົ້ນຄວ້າ ແລະ ມີໜ່ວຍງານການສະໜັບສະໜູນອື່ນໆທີ່ເຂັ້ມແຂງ. ທີ່ສໍາຄັນ, ບໍລິສັດ ຍັງມີທີມງານທີ່ປຶກສາດ້ານ ການເງິນທີ່ມີປະສົບການສູງ ແລະ ຖືກຍອມຮັບທັງພາຍໃນ ແລະ ຕ່າງປະເທດ.
ການບໍລິການຂອງບໍລິສັດ

ທຄຕລ-ກທ ມີ ສໍານັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງວຽງຈັນ. ນອກນັ້ນ, ບໍລິສັດ ຍັງມີພະນັກງານ ຫຼາຍກວ່າ 20 ຄົນ ເຊິ່ງສ່ວນໃຫຍ່ ຈົບການສຶກສາຈາກມະຫາວິທະຍາໄລ ແລະ ສະຖາບັນທີ່ມີຊື່ສຽງ ທັງພາຍໃນ ແລະ ຕ່າງປະເທດ.