ສະມາຊິກສະພາແຫ່ງຊາດຊຸດທີ VII ຢ້ຽມຢາມບໍລິສັດ ຫຼັກຊັບ ທຄຕລ-ກທ ຈຳກັດ


 

ສະມາຊິກສະພາແຫ່ງຊາດຊຸດທີ VII ຢ້ຽມຢາມບໍລິສັດຫຼັກຊັບທຄຕລ-ກທຈຳກັດ

      ​ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2011 ທີ່ຜ່ານມາ ສະມາຊິກສະພາແຫ່ງຊາດ ຊຸດທີ VII ນຳໂດຍທ່ານ ສົມພັນ ແພງຄຳມີ, ຮອງປະທານສະພາແຫ່ງຊາດ, ໄດ້ລົງຢຽ້ມຢາມບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ນ. ວະລາພອນ ວິບູນຄະນາລັກ

ຜູ້ອຳນວຍການບໍລິສັດ. ທ່ານໄດ້ກ່າວເຖິງປະຫວັດຄວາມເປັນມາ ​ແລະ​ ພາລະ​ບົດບາດຂອງບໍລິສັດ ​​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ ​​ໂດຍ​ສະ​ເພາະ ພັດທະ​ນາຕະ​ຫຼາດ​ທຶນ ​ໃນ ສ.ປ.ປ.ລາວ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ.  ພ້ອມດຽວກັນນັ້ນ, ທ່ານ ຫີນເພັດ ຈັນທະລັງສີ, ຮອງຜູ້ອຳນວຍການບໍລິສັດ ກໍໄດ້ແນະນຳໃຫ້ບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ບໍລິສັດ ແລະ ໄດ້ອະທິບາຍ​ໂດຍ​ຫຍໍ້ ກ່ຽວ​ກັບຂັ້ນຕອນ ການ​ຊື້-ຂາຍ​ຮຸ້ນນຳ​ບໍລິສັດ.