ບໍລິການອອກບົດວິເຄາະ


ທີມງານ​ວິ​ເຄາະ​ຂອງ​ BCEL-KT ປະກອບ​ດ້ວຍນັກວິ​ເຄາະຫຼັກຊັບທີ່​ມີຄຸນ​ວຸດ​ທິ ​ແລະ ປະສົບ​ການສູງ ຊຶ່ງ​ເປັນ​ຜູ້​ເກັບ​ກຳຂໍ້​ມູນ ​ແລະ​ ວິ​ເຄາະ​​ສະພາບ​ຕະຫຼາດ, ທັງ​ສະໜອງ​ຄຳ​ແນະນຳທີ່​ຄົບ​ຊຸດ​ ແລະ ​ມີ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ ​ໂດຍ​ອາ​ໄສ​ແບບ​ຈຳລອງ​ທາງການ​ເງິນທີ່​ແນ່ນອນ, ການ​ລົງ​​ເກັບ​ຂໍ້​ມູນ​ ແລະ​ ສຳພາດ​ຜູ້​ບໍລິຫານ​ຂອງ​ບໍລິສັດຈົດ​ທະບຽນ. ນອກ​ນັ້ນ, BCEL-KT ຍັງ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ໜ່ວຍ​ງານ​ວິ​ເຄາະ​ຂອງ​ບໍລິສັດ​ແມ່ ທີ່ມີ​ປະສົບ​ການ​ ​ແລະ ຊ່ຽວຊານ​ສູງ ກ່ຽວ​ກັບ​ຕະຫຼາດ​ຫຼັກ​ຊັບ​(ບໍລິສັດ​ຫຼັກຊັບ ​ກຸງໄທ ​ເອັກສະປິງ ​ຈຳກັດ​ ປະ​ເທດ​ໄທ (KTX).

 

ຜົນງານ​ການ​ອອກ​ບົດ​ວິ​ເຄາະ ​ແລະ ລາຍ​ງານ ຜ່ານ​ມາ:

  • ອອກ​ບົດ​ວິ​ເຄາະ ບໍລິສັດ ຜະລິດ​-ໄຟຟ້າ​ລາວ ມະຫາຊົນ;
  • ອອກ​ບົດ​ວິ​ເຄາະ ທະນາຄານ ກາ​ນຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ;
  • ອອກ​ບົດ​ລາຍ​ງານ ບໍລິສັດ ລາວ​ເວີນ ມະຫາຊົນ;
  • ອອກ​ບົດ​ສະຫຼຸບ ສະພາບ​ເສດ​ຖະກິດ​ໃນ​ພາກ​ພື້ນ (ອິນ​ໂດ​ຈີນ);
  • ບົດ​ລາຍ​ງານ​ປະຈຳ​ວັນ (ສະຫຼຸບ​ການ​ຊື້-ຂາຍ​ຮຸ້ນ ​ແລະ ຂ່າວ​ເສດຖະກິດ​ໃນ ສປປ ລາວ)