ເວລາການ ຊື້-ຂາຍ:
- ເລີ່ມແຕ່ 08:30 ໂມງ ຫາ 15:00 ໂມງ
- ລະບົບການຈັບຄູ່ມີ 2 ແບບ ຄື: 1. ແບບປະມູນ ແລະ 2. ແບບຕໍ່ເນື່ອງ
1. ການຈັບຄູ່ແບບປະມູນ (Call Auction)
ແມ່ນການປະມູນຈັບຄູ່ແບບເປັນຊ່ວງເວລາ ໂດຍການຈັບຄູ່ຈະເລື້ອກເອົາຄຳສັ່ງຊື້-ຂາຍ ທີ່ດີທີ່ສຸດຕາມບູລິມະສິດລາຄາ, ເວລາ ແລະ ຈຳນວນ ເພື່ອກຳນົດເອົາລາຄາເປີດ ແລະ ປິດ. ການຈັບຄູ່ປະມູນມີ 2 ຊ່ວງເວລາ:
- ແຕ່ 8:30 ຫາ 9:00ໂມງ ເພື່ອກຳນົດລາຄາເປີດ
- ແຕ່ 14:50ໂມງ ຫາ 15:00ໂມງ ເພື່ອກຳນົດລາຄາປິດ
ໝາຍເຫດ: ການປະມູນແບບເປັນຊ່ວງເວລາ (Call Auction) ໂດຍປົກກະຕິແລ້ວແມ່ນຈະຖືກນໍາໃຊ້ໃນ ຊ່ວງເວລາ 08:30 – 09:00 ເພື່ອຊອກຫາລາຄາເປີດຂອງຫຼັກຊັບຕ່າງໆ, ແຕ່ໃນກໍລະນີທີ່ບໍ່ມີການຈັບຄູ່ກັນໃນຊ່ວງເວລາດັ່ງກ່າວນັ້ນ, ການປະມູນແບບເປັນຊ່ວງເວລາແມ່ນ ຈະຖືກນໍາໃຊ້ຕໍ່ໄປຈົນກວ່າ ຈະໄດ້ລາຄາ ເປີດຂອງຫຼັກຊັບ ນັ້ນໆ
2. ການຈັບຄູ່ແບບຕໍ່ເນືອງ (Continuous Auction).
ເປັນການຈັບຄູ່ຊື້-ຂາຍກັນໄດ້ແບບຕໍ່ເນືອງ ໂດຍປົກກະຕິຈະເລີມໃນຊ່ວງເວລາ 9:00 ໂມງ - 14:50 ໂມງ.
ວັນຊື້-ຂາຍ:
ທຸກໆວັນລັດຖະການ ຍົກເວັ້ນ:
- ວັນພັກລັດຖະການ ຂອງ ສ.ປ.ປ.ລາວ;
- ວັນເສົາ; ອາທິດ
- 3 ວັນສຸດທ້າຍຂອງທຸກໆ ປີ ແລະ
- ເມື່ອມີການປ່ຽນແປງທາງດ້ານເສດຖະກິດ ຢ່າງກະທັນຫັນ ຫຼື ໃນວັນທີ່ຕະຫຼາດຫຼັກຊັບລາວ ເຫັນວ່າມີຄວາມຈຳເປັນ.
ຫົວໜ່ວຍການຊື້-ຂາຍຕໍ່າສຸດ:
ຫົວໜ່ວຍການຊື້-ຂາຍຕໍ່າສຸດຢູ່ຕະຫຼາດຫຼັກຊັບລາວ ແມ່ນ 100 ຮຸ້ນ
ຫົວໜ່ວຍລາຄາ:
ຫົວໜ່ວຍລາຄາຈະຂຶ້ນກັບແຕ່ລະກໍລະນີດັ່ງລຸ່ມນີ້:
- ລາຄາຕໍ່ຮຸ້ນນ້ອຍກ່ວາ 1,000 ກີບ ຫົວໜ່ວຍລາຄາແມ່ນ 5 ກີບ;
- ລາຄາຮຸ້ນສູງກວ່າ ຫຼື ເທົ່າກັບ 1,000 ກີບ ແຕ່ໜ້ອຍກວ່າ 5,000 ກີບ ຫົວໜ່ວຍລາຄາແມ່ນ 10 ກີບ;
- ລາຄາຮຸ້ນສູງກວ່າ ຫຼື ເທົ່າກັບ 5,000 ກີບແຕ່ໜ້ອຍກວ່າ 10,000 ກີບຫົວໜ່ວຍລາຄາແມ່ນ 50 ກີບ;
- ລາຄາຮຸ້ນສູງກວ່າ ຫຼື ເທົ່າກັບ 10,000 ກີບແຕ່ໜ້ອຍກວ່າ 50,000 ກີບຫົວໜ່ວຍລາຄາແມ່ນ 100 ກີບ;
- ລາຄາຮຸ້ນສູງກວ່າ ຫຼື ເທົ່າກັບ 50,000 ກີບຫົວໜ່ວຍລາຄາແມ່ນ 500 ກີບ.
ປະເພດຄຳສັ່ງ:
-
- ເພື່ອຕອບສະໜອງຄວາມຕ້ອງການຂອງນັກລົງທຶນໃຫ້ຫຼາຍຂື້ນ. ຕະຫຼາດຫຼັກຊັບລາວໄດ້ເພີ່ມຄວາມຫຼາກຫຼາຍຂອງປະເພດຄໍາສັ່ງຊື້-ຂາຍຮຸ້ນ ດັ່ງລຸ່ມນີ້:
- ຄໍາສັ່ງຈໍາກັດລາຄາ
- ໝາຍເຖິງຄໍາສັ່ງຊື້-ຂາຍຫຼັກຊັບຕາມລາຄາທີ່ກໍານົດໄວ້ ຫຼື ລາຄາທີ່ດີກວ່າ; ເຊິ່ງລາຄາທີ່ດີ ກວ່າສໍາລັບຝ່າຍຊື້ ໝາຍເຖິງລາຄາທີ່ກໍານົດ
ແລະ ລາຄາທີ່ດີກວ່າຝ່າຍຂາຍໝາຍເຖິງລາຄາທີ່ສູງກວ່າລາຄາທີ່ກໍານົດ.
- ຄໍາສັ່ງຕາມລາຄາຕະຫຼາດ
- ໝາຍເຖິງ ຄໍາສັ່ງຊື້-ຂາຍຮຸ້ນ ຕາມລາຄາຕະຫຼາດ ທີ່ສາມາດຊື້-ຂາຍໄດ້ທັນທີໃນລາຄາທີ່ດີທີ່ສຸດທີ່ມີໃນເວລານັ້ນ.
- ເງື່ອນໄຂຂອງຄໍາສັ່ງ
- ໝາຍເຖິງ ການສົ່ງຄໍາສັ່ງ ຊື້-ຂາຍຮຸ້ນ ທີ່ຖືກສົ່ງເຂົ້າມາ ຫຼື ຖືກຍົກເລີກ ທີ່ກົງກັບ ເງື່ອນໄຂທີ່ກໍານົດໄວ້ໂດຍນັກລົງທຶນ ເຊິ່ງເງື່ອນໄຂທີ່ກຳນົດໄວ້ມີ 2 ເງື່ອນໄຂຄື:
- ① ການຈັບຄູ່ ຫຼື ຍົກເລີກທັນທີ (IOC) ໝາຍເຖິງ ຄຳສັ່ງທີ່ສາມາດຈັບຄູ່ປະລິມານການຊື້-ຂາຍໄດ້ທັນທີເມື່ອໄດ້ຮັບການສະເໜີລາຄາ ແລະ ຖ້າຈັບຄູ່ໄດ້ບໍ່ໝົດ ປະລິມານສ່ວນທີ່ຍັງເຫຼືອແມ່ນຈະຖືກຍົກເລີກທັນທີ.
- ② ການຈັບຄູ່ ຫຼື ຍົກເລີກທັງໝົດ (FOK) ໝາຍເຖິງ ຄຳສັ່ງທີ່ສາມາດຈັບຄູ່ປະລິມານການຊື້-ຂາຍທັງໝົດໄດ້ທັນທີ ເມື່ອໄດ້ຮັບການສະເໜີລາຄາ ແລະ ຖ້າຈັບຄູ່ບໍ່ໄດ້ທັງໝົດ ຄຳສັ່ງນັ້ນຈະຖືກຍົກເລີກທັນທີ.
- ໝາຍເຫດ: ເງຶ່ອນໄຂຂອງຄໍາສັ່ງບໍ່ສາມາດນໍາໃຊ້ໄດ້ກັບຮູບແບບການປະມູນແບບເປັນຊ່ວງເວລາ ເພື່ອກໍານົດລາຄາເປິດ ແລະ ລາຄາປິດຂອງຫຼັກຊັບ, ການນໍາໃຊ້ຄໍາສັ່ງຈອງລ່ວງໜ້າ. ແຕ່ສາມາດໃຊ້ໄດ້ໃນທຸກຮູບແບບການຊື້-ຂາຍທັງໝົດໃນ ຕລຊລ.
- ຄໍາສັ່ງຈອງລ່ວງໜ້າ
- ໝາຍເຖິງ ຄໍາສັ່ງຊື້-ຂາຍຮຸ້ນ ທີ່ສັ່ງຈອງໄວ້ລ່ວງໜ້າກອ່ນວັນຊື້-ຂາຍຖັດໄປ.
- ການຈໍາກັດການປ່ຽນແປງລາຄາພາຍໃນມື້
- ຂອບເຂດການເໜັງຕີງຂອງລາຄາພາຍໃນມື້ສໍາລັບຫຼັກຊັບຈົດທະບຽນໃນຕະຫຼາດຫຼັກຊັບລາວ ສາມາດເພີ່ມຂື້ນໄດ້ສູງສຸດ ຫຼື ຫຼຸດລົງໄດ້ຕໍ່າສຸດ ບໍ່ເກີນສິບສ່ວນຮ້ອຍ (±10%) ຂອງລາຄາຖານໃນມື້ນັ້ນ.
- ກໍລະນີລາຄາຖານຫາກໜ້ອຍກວ່າ 50 ກີບ, ຂອບເຂດການເໜັງຕີງຂອງລາຄາພາຍໃນມື້ນັ້ນຈະແມ່ນ 5 ກີບ.
ການຈຳກັດການປ່ຽນແປງລາຄາພາຍໃນມື້:
ການຈຳກັດການປ່ຽນແປງພາຍໃນມື້ສຳລັບຫຼັກຊັບທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ, ການປ່ຽນແປງລາຄາຈະຢູ່ໃນລະຫວ່າງ ±10% ຂອງລາຄາພື້ນຖານ
ລາຄາຖານ:
ຕລຊລ ຈະແຈ້ງຂໍ້ມູນຕະຫຼາດໃຫ້ແກ່ມວນຊົນຊາບ ດັ່ງລຸ່ມນີ້:
- ລາຄາເປີດ ແລະ ລາຄາປິດ;
- ປະລິມານ ແລະ ມູນຄ່າການຊື້-ຂາຍ;
- ລາຄາປິດຂອງວັນທີ່ຜ່ານມາ ຫຼື
- ລາຄາຖານ;
- ຂໍ້ມູນສໍາຄັນອື່ນໆທີ່ເຫັນວ່າມີຄວາມຈໍາເປັນຕໍ່ການຕັດສິນໃຈຂອງຜູ້ລົງທຶນ.
.