ການໂອນເງິນເຂົ້າ - ອອກ ຈາກບັນຊີຫຼັກຊັບ


ສຳລັບການໂອນເງິນເຂົ້າ - ອອກ ບັນຊີຫຼັກຊັບ ສາມາດເຮັດ ໄດ້ 3 ຊ່ອງທາງດັ່ງລຸມນີ້:

  1. ການໂອນດ້ວຍຕົນເອງ ໂດຍເຮັດຜ່ານບໍລິການ BCEL One ຫຼື I-bank ຂອງ ທຄຕລ
  2. ເຂົ້າໄປເຮັດການໂອນຢູ່ເຄົ້າເຕີ້ທະນາຄານ ທຄຕລ*

     
  3. ການມອບສິດໃຫ້ບໍລິສັດ ທຄຕລ-ກທ ເຮັດທຸລະກຳການໂອນແທນ**
    ໝາຍເຫດ: *ການເຮັດທຸລະກຳໂອນເງິນແມ່ນສາມາດເຂົ້າໄປພົວພັນກັບ ທຄຕລ ທຸກສາຂາທົ່ວປະເທດ,
     ສຳລັບໜ່ວຍບໍລິການແມ່ນຍັງບໍ່ສາມາດເຮັດທຸລະກຳດັ່ງກ່າວນີ້ໄດ້ ຍົກເວັ້ນໜ່ວຍບໍລິການຕະຫຼາດຫຼັບຊັບລາວ.
            **ໃນການມອບສິດ ສຳລັບລາຍອຽດເງື່ອນໄຂ ແລະ ການປະກອບເອກະສານ ກະລຸນາ​ຕິດ​ຕໍ່​ສອບ​ຖາມ
     ຂໍ້​ມູນ​ເພີ່ມ​ຕື່ມກັບ ບໍລິສັດ​ຫຼັກ​ຊັບ ທຄຕລ-ກທ ຈຳກັດ ຜ່ານທາງ ອີ​ເມ​ວ: broker@bcel-kt.com ຫຼື ໂທ: +856 21 265480 – 85.