ການຊື້-ຂາຍຫຼັກຊັບ
ການຊື້-ຂາຍຫຼັກຊັບ
- ກ່ອນຊື້ຫຼັກຊັບ, ລູກຄ້າຕ້ອງໂອນເງິນຈາກບັນຊີເງິນຝາກຂອງຕົນ ທີ່ເປີດນຳ ທຄຕລ ເຂົ້າໃສ່ບັນຊີບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ຈຳນວນເງິນທີ່ໂອນ ຕ້ອງລວມເອົາມູນຄ່າຊື້ຫຼັກຊັບ ແລະຄ່າທຳນຽມໃນການຊື້ດ້ວຍ.
- ໃນການສັ່ງຊື້-ຂາຍຫຼັກຊັບ, ລູກຄ້າສາມາດສັ່ງຜ່ານ 4 ຊ່ອງທາງຄື:
1. ສັ່ງຊື້ທີ່ຫ້ອງຄ້າຫລັກຊັບຂອງບໍລິສັດຫລັກຊັບ ທຄຕລ-ກທ ດ້ວຍການຕື່ມຂໍ້ມູນໃສ່ແບບຟອມ ໃບສັ່ງຊື້ ຊຶ່ງປະກອບດ້ວຍຂໍ້ມູນທີ່ສຳຄັນດັ່ງລຸ່ມນີ້:
- ຊື່ ແລະ ນາມສະກຸນລູກຄ້າ
- ເບີໂທລະສັບຕິດຕໍ່
- ເລກບັນຊີຫຼັກຊັບ ແລະ ລະຫັດຜ່ານ
- ຊື່ຫຼັກຊັບທີ່ຕ້ອງການຊື້-ຂາຍ
- ຈຳນວນ ແລະ ລາຄາຫຼັກຊັບ ທີ່ຕ້ອງການຊື້
ຫຼັງຈາກນັ້ນ, ຈຶ່ງຍື່ນແບບຟອມທີ່ຕື່ມຂໍ້ມູນຄົບຖ້ວນດັ່ງກ່າວໃຫ້ພະນັກງານນາຍໜ້າ ຊື້-ຂາຍຫຼັກຊັບຢູ່ໜ້າຄາວເຕີ.
2. ສັ່ງຊື້-ຂາຍຜ່ານທາງໂທລະສັບ ເຊິ່ງຈະບັນທຶກສຽງໄວ້ເປັນຫລັກຖານໂດຍການແຈ້ງຈຸດປະສົງຕາມເນື້ອໃນຂອງຂໍ້ 1
3. ສັ່ງຊື້-ຂາຍທາງອີເມວຂອງທ່ານທີ່ໄດ້ລົງທະບຽນກັບ ກັບພວກເຮົາ ເຂົ້າມາອີເມວຂອງໂບຣກເກີ ໂດຍການແຈ້ງຈຸດປະສົງຕາມເນື້ອໃນຂອງຂໍ້1
4. ສັ່ງຊື້-ຂາຍດ້ວຍຕົນເອງຜ່ານທາງອິນເຕີເນັດໂດຍໂປຣແກມ Home Trading System (HTS), ລົງທະບຽນກ່ອນຈຶ່ງນຳໃຊ້ໄດ້)
ການຍົກເລີກຄຳສັ່ງ:
- ລູກຄ້າສາມາດຍົກເລີກຄຳສັ່ງຊື້ ຫຼື ຄໍາສັ່ງຂາຍຂອງຕົນຖ້າຄຳສັ່ງດັ່ງກ່າວຍັງບໍ່ທັນຖືກຈັບຄູ່
- ໃນການຍົກເລີກຄໍາສັ່ງຊື້-ຂາຍຮຸ້ນ ລູກຄ້າສາມາດສົ່ງຄຳສັງສັ່ງຜ່ານພະນັກງານທີ່ຫ້ອງຄ້າຫລັກຊັບບໍລິສັດຫລັກຊັບ ທຄຕລ-ກທ ທີ່ໜ້າຄາວເຕີ, ທາງໂທລະສັບ ແລະ ທາງອີເມວ ຫລື ດ້ວຍການນຳໃຊ້ລະບົບ HTS
ຄ່າທຳນຽມໃນການຊື້-ຂາຍຮຸ້ນແບບປົກກະຕິ:
- ຄ່າທຳນຽມຊື້: 0.34%
- ຄ່າທຳນຽມຂາຍ: 0.34%
- ຫົວໜ່ວຍການຊື້-ຂາຍຮຸ້ນ: 100 ຮຸ້ນ
ຄ່າທຳນຽມໃນການຊື້-ຂາຍຮຸ້ນ ຜ່ານ HTS:
- ຄ່າທຳນຽມຊື້: 0.306%
- ຄ່າທຳນຽມຂາຍ: 0.306%
- ຫົວໜ່ວຍການຊື້-ຂາຍຮຸ້ນ: 100 ຮຸ້ນ