ການ​ເປີດ​ບັນຊີ


I./ ການ​ເປີດ​ບັນຊີ​ຫຼັກ​ຊັບ:

​ເອກະສານ​ສໍາລັບ​ເປີດ​ບັນຊີຫຼັກ​ຊັບສໍາລັບ​ບຸກຄົນ​ລາວ ​ແລະ ບຸກຄົນ​ຕ່າງປະ​ເທດ​ມີ​ດັ່ງ​ນີ້:

ການ​ເປີດ​ບັນຊີ

 

I./ ການ​ເປີດ​ບັນຊີ​ຫຼັກ​ຊັບ:

 

​ເອກະສານ​ສໍາລັບ​ເປີດ​ບັນຊີຫຼັກ​ຊັບສໍາລັບ​ບຸກຄົນ​ລາວ ​ແລະ ບຸກຄົນ​ຕ່າງປະ​ເທດ​ມີ​ດັ່ງ​ນີ້:

ສໍາລັບ​ບຸກຄົນລາວ: => (ຄຣິກ​ເພື່ອ​ດາວ​ໂຫລ​ດ​ປະກອບແບບ​ຟອມ)

        ​ເອກະສານ​ຄັດ​ຕິດປະກອບ​ມີ

1.   ສຳ​ເນົາ​ບັດປະຈຳຕົວ 1 ສະບັບ ​​( ສໍາ​ເນົາຮູບ​ໃຫ້​ຊັດ​ເຈນ )

2.   ສໍາເນົາປຶ້ມ​ບັນຊີ​ເງິນ​ຝາກ ທີ່​ເປີດ​ກັບ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ຫຼື ທຄຕລ  (ທະນາຄານ​ຕົວ​ແທນ) 1 ສະບັບ

ຖ້າ​ກໍລະ​ນີທ່ານຢູ່​ຕ່າງ​ແຂວງ​ທີ່​ບໍ່​ມີ​ຫ້ອງການ ບໍລິສັດ​ຫລັກ​ຊັບ​​ເຮົາຕັ້ງ​ຢູ່ ​ໃຫ້​ທ່ານ​ຢືນ​ແບບ​ຟອມດັ່ງກ່າວ​​ໄດ້ທີ່​ທະນາຄານ ການ​ຄ້າ​ຕ່າງປະ​ເທດ​ລາວ​ມະຫາຊົນ (ລະດັບ​ສາຂາ) ​ຫລັງ​ຈາກ​ນັ້ນ​ທາງ BCEL-KT ຈະ​ຕິດ​ຕໍ່​ຫາ​ທ່ານພາຍ​ໃນ 1 ວັນ​ລັດຖະການ​ເພື່ອ​​ແຈ້ງ​​ເລກ​ບັນຊີ​ຫລັກ​ຊັບ ​ແລະ ລະຫັດ​ຜ່ານ​ໃຫ້​ທ່ານ.

 

ສຳລັບ​ນິຕິບຸກຄົນ​ລາວ : => (ຄຣິກ​ເພື່ອ​ດາວ​ໂຫລ​ດ​ປະກອບແບບ​ຟອມ)

        ​ເອກະສານ​ຄັດ​ຕິດ​ປະກອບ​ມີ:

 

1.   ມະຕິ​ກອງ​ປະຊຸມ​ສະພາ​ບໍລິຫານ​​ໃຫ້​ເປີດ​ບັນຊີ​ຫຼັກ​ຊັບ​ກັບ​ບໍລິສັດ​ຫຼັກ​ຊັບ ທຄຕລ-ກທ ​(ຍົກ​ເວັ້ນບໍລິສັດຈໍາກັດ​ຜູ້​ດຽວ) 1 ສະບັບ;

2.   ລາຍ​ຊື່​ຄະນະ​ບໍລິຫານ ຫຼື ​ຜູ້​ມີ​ອໍານາດລົງ​ລາຍ​ເຊັນ​ຂອງ​ບໍລິສັດ 1 ສະບັບ; ​(ຍົກ​ເວັ້ນບໍລິສັດຈໍາກັດ​ຜູ້​ດຽວ)

3.   ສໍາ​ເນົາ​ບັດປະ​ຈໍາ​ຕົວຜູ້​ອໍານວຍການ ພ້ອມເຊັນຢັ້ງຢືນ​ສໍາ​ເນົາຖືກຕ້ອງຈາກ​ເຈົ້າຂອງ​ບັດ (ສຳ​ເນົາຮູ​ບ​​ໃຫ້​ຊັດ​ເຈນ)​ 1 ສະບັບ;

4.   ສຳ​ເນົາ​ບັດປະຈຳຕົວ​ຂອງ​ຜູ້​ມີ​ອໍານາດ​ລົງ​ລາຍ​ເຊັນ ພ້ອມ​​ເຊັນຢັ້ງຢືນ​ສໍາ​ເນົາ​ຖືກຕ້ອງຈາກ​ເຈົ້າຂອງ​ບັດ (ສຳ​ເນົາຮູ​ບ​​ໃຫ້​ຊັດ​ເຈນ)​ 1 ສະບັບ ​(ໃນ​ກໍລະນີ​ຜູ້​ມີ​ອຳນາດລົງ​ລາຍ​ເຊັນບໍ່​ແມ່ນ​ຜູ້​ອໍານວຍ​ການ);

5.   ສຳ​ເນົາ​ບັດປະຈຳຕົວ​ຂອງ​ຜູ້​ໄດ້​ຮັບ​ສິດ​ໃນ​ການ​​ເປີດ​ບັນຊີ ​ແລະ ​ເຄື່ອນ​ໄຫວ​ບັນຊີ​ຫຼັກ​ຊັບພ້ອມ​​ເຊັນຢັ້ງຢືນ​ສໍາ​ເນົາ​ຖືກຕ້ອງຈາກ​ເຈົ້າຂອງ​ບັດ (ສຳ​ເນົາຮູ​ບ​​ໃຫ້​ຊັດ​ເຈນ)​ 1 ສະບັບ (​ໃນ​ກໍລະນີ, ຜູ້​ເຄື່ອນ​ໄຫວ​ບັນຊີ​ຫຼັກ​ຊັບ​ບໍ່​ແມ່ນ​ຜູ້​ອໍານວຍ​ການ )​;

6.   ສຳ​ເນົາ​ໃບ​ທະບຽນ​ວິ​ສາ​ຫະກິດ​ ຫຼື ​ໃບ​ທະບຽນ​ກອງ​ທຶນ ( ໃນ​ກໍລະນີ​ເປັນ​ກອງ​ທຶນ )  ​ເຊັນຢັ້ງຢືນສໍາ​ເນົາ​ຖືກຕ້ອງ​ກັບ​ສະບັບ​ແທ້ໂດຍ​ຜູ້​ອໍານວຍ​ການ ຫຼື ​ຜູ້ມີ​ອໍານາດ​ລົງລາຍ​ເຊັນ ​ແລະ ຈໍ້າ​ກາ​ບໍລິສັດ 1 ສະບັບ;

7.   ສຳ​ເນົາ​ກົດລະບຽບ​ພາຍ​ໃນຂອງ​ບໍ​ລິ​ສັດ ຫລື ກອງ​ທຶນ ເຊັນຜູ້ອຳນວຍການ ​ແລະ ຈ້ຳກາ​ບໍລິສັດເຊັນຢັ້ງຢືນສໍາ​ເນົາ​ຖືກຕ້ອງ​ກັບ​ສະບັບ​ແທ້ໂດຍ​ຜູ້​ອໍານວຍ​ການ ຫຼື ​ຜູ້ມີ​ອໍານາດ​ລົງລາຍ​ເຊັນ ແລະ ຈໍ້າ​ກາ​ບໍລິສັດ 1 ສະບັບ;

8.   ສໍາເນົາປຶ້ມ​ບັນຊີ​ເງິນ​ຝາກ ທີ່​ເປີດ​ກັບ ທຄຕລ (ທະນາຄານ​ຕົວ​ແທນ) 1 ສະບັບ;

 

ໝາຍ​ເຫດ: ຜູ້​ມີ​ສິດ​ລົງ​ລາຍ​ເຊັນ​ໃນ​ການ​ເຄື່ອນ​ໄຫວ​ບັນຊີ ຊື້-​ຂາຍ ຫລັກ​ຊັບຈະ​ຕ້ອງ​ໄດ້​ເຂົ້າ​ມາ​ເປີດ​ບັນຊີ​ທີ່​ສຳນັກງານ​ຂອງ​ເຮົາ​ດ້ວຍ​ໂຕ​ຂອງ​ທ່ານ​ເອງ ຫລື ຖ້າ​ກໍລະນີ​ບໍ່​ໄດ້​ເຂົ້າ​ມາ​ດ້ວຍ​ຕົນ​ເອງ​ໃຫ້​ປະຕິບັດ​ຕາມ​ດັ່ງ​ລຸ່ມ​ນີ້:

Ø  ໃບ​ມອບ​ສິດ​ໃຫ້​ຜູ້​ຕ່າງໜ້າ​​ທີ່​ນຳ​ເອກະສານ​ດັ່ງກ່າວມາ​ເປີດ​ບັນຊີ​ແທນ​ ເຊັນຜູ້​ອໍານວຍ​ການ ຫຼື ຜູ້​ມີ​ອໍານາດ​ລົງ​ລາຍ​ເຊັນ ​ແລະ ຈໍ້າກາ​ບໍລິສັດ 1 ສະບັບ ( ​ໃນ​ກໍລະນີ​ໃຫ້​ພະນັກງານ​​ເປັນ​ຜູ້​ທໍາ​ການ​ເປີດ​ບັນຊີ​ແທນ );

Ø  ບັດປະ​ຈໍາ​ຕົວ​ຜູ້​ໄດ້​ຮັບ​ສິດ​ໃນ​ການ​ນຳ​ເອກະສານ​ມາ​ເປີດ​ບັນຊີ​ ພ້ອມ​ລາຍ​ເຊັນ ຢັ້ງຢືນ​ສໍາ​ເນົາ​ຖືກຕ້ອງຈາກ​ເຈົ້າຂອງ​ບັດ (ສຳ​ເນົາຮູ​ບ​​ໃຫ້​ຊັດ​ເຈນ)​ 1 ສະບັບ.

ສໍາລັບ​ບຸກຄົນຕ່າງປະ​ເທດ => (ຄຣິກ​ເພື່ອ​ດາວ​ໂຫລ​ດ​ປະກອບແບບ​ຟອມ)

        ​ເອກະສານ​ຄັດ​ຕິດ​ປະກອບ​ມີ:

1.   ສຳ​ເນົາ​ໜັງ​ສື​ເດີນທາງ​ (Passport) ​ເຊັນຢັ້ງຢືນ​ສໍາ​ເນົາ​ຖືກຕ້ອງ​ຈາກ​ເຈົ້າຂອງ​ໜັງສື​ເດີນທາງ (ສຳ​ເນົາຮູ​ບ​​ໃຫ້​ຊັດ​ເຈນ)​ 1 ສະບັບ.

2.   ສໍາເນົາປຶ້ມ​ບັນຊີ​ເງິນ​ຝາກທີ່​ເປີດ​ກັບທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ ມະຫາຊົນ ຫຼື ທຄຕລ  (ທະນາຄານ​ຕົວ​ແທນ) 1 ສະບັບ

 

(ທ່ານ​ຈະ​ຕ້ອງ​ໄດ້​ເຂົ້າ​ມາ​ເປີດ​ບັນຊີ​ທີ່​ສຳນັກງານ​ຂອງ​ເຮົາ​ດ້ວຍ​ໂຕ​ຂອງ​ທ່ານ​ເອງ ຫລື ສາມາດ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ​ໄດ້​ກັບ​ບໍ່​ລິ​ສັດ​ຫລັກ​ຊັບ​ເຮົາ)

 

ສຳລັບ​ນິຕິບຸກຄົນຕ່າງປະ​ເທດ: => (ຄຣິກ​ເພື່ອ​ດາວ​ໂຫລ​ດ​ປະກອບແບບ​ຟອມ)

        ​ເອກະສານ​ຄັດ​ຕິດ​ປະກອບ​ມີ:

1.   ມະຕິ​ກອງ​ປະຊຸມ​ສະພາ​ບໍລິຫານ​​ໃຫ້​ເປີດ​ບັນຊີ​ຫຼັກ​ຊັບ​ກັບ​ບໍລິສັດ​ຫຼັກ​ຊັບ ທຄຕລ-ກທ ​(ຍົກ​ເວັ້ນບໍລິສັດຈໍາກັດ​ຜູ້​ດຽວ) 1 ສະບັບ;

2.   ລາຍ​ຊື່​ຄະນະ​ບໍລິຫານ ຫຼື ​ຜູ້​ມີ​ອໍານາດລົງ​ລາຍ​ເຊັນ​ຂອງ​ບໍລິສັດ 1 ສະບັບ; ​(ຍົກ​ເວັ້ນບໍລິສັດຈໍາກັດ​ຜູ້​ດຽວ)

3.   ສໍາ​ເນົາໜັງ​ສື​ເດີນທາງ​ (Passport) ຂອງຜູ້​ອໍານວຍການ ພ້ອມເຊັນຢັ້ງຢືນ​ສໍາ​ເນົາຖືກຕ້ອງຈາກ​ເຈົ້າຂອງ​ (ສຳ​ເນົາຮູ​ບ​​ໃຫ້​ຊັດ​ເຈນ)​ 1 ສະບັບ;

4.   ສຳ​ເນົາ​ໜັງ​ສື​ເດີນທາງ​ (Passport) ​ຂອງ​ຜູ້​ມີ​ອໍານາດ​ລົງ​ລາຍ​ເຊັນ​ ພ້ອມ​​ເຊັນຢັ້ງຢືນ​ສໍາ​ເນົາ​ຖືກຕ້ອງຈາກ​ເຈົ້າຂອງ​ (ສຳ​ເນົາຮູ​ບ​​ໃຫ້​ຊັດ​ເຈນ)​ 1 ສະບັບ ​(ໃນ​ກໍລະນີ​ຜູ້​ມີ​ອຳນາດລົງ​ລາຍ​ເຊັນບໍ່​ແມ່ນ​ຜູ້​ອໍານວຍ​ການ);

5.   ສຳ​ເນົາ​ໜັງ​ສື​ເດີນທາງ​ (Passport) ຂອງ​ຜູ້​ໄດ້​ຮັບ​ສິດ​ໃນ​ການ​​ເປີດ​ບັນຊີ ​ແລະ ​ເຄື່ອນ​ໄຫວ​ບັນຊີ​ຫຼັກ​ຊັບພ້ອມ​​ເຊັນຢັ້ງຢືນ​ສໍາ​ເນົາ​ຖືກຕ້ອງຈາກ​ເຈົ້າຂອງ​ (ສຳ​ເນົາຮູ​ບ​​ໃຫ້​ຊັດ​ເຈນ)​ 1 ສະບັບ (​ໃນ​ກໍລະນີ, ຜູ້​ເຄື່ອນ​ໄຫວ​ບັນຊີ​ຫຼັກ​ຊັບ​ບໍ່​ແມ່ນ​ຜູ້​ອໍານວຍ​ການ )​;

6.   ສຳ​ເນົາ​ໃບ​ທະບຽນ​ວິ​ສາ​ຫະກິດ​ ຫຼື ​ໃບ​ທະບຽນ​ກອງ​ທຶນ​ເຊັນຢັ້ງຢືນສໍາ​ເນົາ​ຖືກຕ້ອງ​ກັບ​ສະບັບ​ແທ້ໂດຍ​ຜູ້​ອໍານວຍ​ການ ຫຼື ​ຜູ້ມີ​ອໍານາດ​ລົງລາຍ​ເຊັນ ​ແລະ ຈໍ້າ​ກາ​ບໍລິສັດ 1 ສະບັບ;

7.   ສຳ​ເນົາ​ກົດລະບຽບ​ພາຍ​ໃນຂອງ​ບໍ​ລິ​ສັດ ຫລື ກອງ​ທຶນເຊັນຜູ້ອຳນວຍການ ​ແລະ ຈ້ຳກາ​ບໍລິສັດເຊັນຢັ້ງຢືນສໍາ​ເນົາ​ຖືກຕ້ອງ​ກັບ​ສະບັບ​ແທ້ໂດຍ​ຜູ້​ອໍານວຍ​ການ ຫຼື ​ຜູ້ມີ​ອໍານາດ​ລົງລາຍ​ເຊັນ ແລະ ຈໍ້າ​ກາ​ບໍລິສັດ 1 ສະບັບ;

8.   ສໍາເນົາປຶ້ມ​ບັນຊີ​ເງິນ​ຝາກ ທີ່​ເປີດ​ກັບ ທຄຕລ (ທະນາຄານ​ຕົວ​ແທນ) 1 ສະບັບ;

 

ໝາຍ​ເຫດ: ຜູ້​ມີ​ສິດ​ລົງ​ລາຍ​ເຊັນ​ໃນ​ການ​ເຄື່ອນ​ໄຫວ​ບັນຊີ ຊື້-​ຂາຍ ຫລັກ​ຊັບ ​ຈະ​ຕ້ອງ​ໄດ້​ເຂົ້າ​ມາ​ເປີດ​ບັນຊີ​ທີ່​ສຳນັກງານ​ຂອງ​ເຮົາ​ດ້ວຍ​ໂຕ​ຂອງ​ທ່ານ​ເອງ ຫລື ຖ້າ​ກໍລະນີ​ບໍ່​ໄດ້​ເຂົ້າ​ມາ​ດ້ວຍ​ຕົນ​ເອງ​ໃຫ້​ປະຕິບັດ​ຕາມ​ດັ່ງ​ລຸ່ມ​ນີ້:

Ø  ໃບ​ມອບ​ສິດ​ໃຫ້​ຜູ້​ຕ່າງໜ້າ​​ທີ່​ນຳ​ເອກະສານ​ດັ່ງກ່າວມາ​ເປີດ​ບັນຊີ​ແທນ​ ເຊັນຜູ້​ອໍານວຍ​ການ ຫຼື ຜູ້​ມີ​ອໍານາດ​ລົງ​ລາຍ​ເຊັນ ​ແລະ ຈໍ້າກາ​ບໍລິສັດ 1 ສະບັບ ( ​ໃນ​ກໍລະນີ​ໃຫ້​ພະນັກງານ​​ເປັນ​ຜູ້​ຮັບ​ສິດເປີດ​ບັນຊີ​ແທນ );

Ø  ບັດປະ​ຈໍາ​ຕົວ​ຜູ້​ໄດ້​ຮັບ​ສິດ​ ຫລື ໜັງ​ສື​ເດີນທາງ​ (Passport) ໃນ​ການ​ນຳ​ເອກະສານ​ມາ​ເປີດ​ບັນຊີ​ທ່ານພ້ອມ​ລາຍ​ເຊັນ ຢັ້ງຢືນ​ສໍາ​ເນົາ​ຖືກຕ້ອງຈາກ​ເຈົ້າຂອງ​ບັດ (ສຳ​ເນົາຮູ​ບ​​ໃຫ້​ຊັດ​ເຈນ)​ 1 ສະບັບ.

II./ ການ​ເປີດ​ບັນຊີ​ທະນາຄານ (​ສະກຸນເງິນ​ກີບ​ເທົ່າ​ນັ້ນ):

  • ຕື່ມ​ຂໍ້​ມູນ​ໃສ່​ແບບ​ຟອມ​ເປີ​ດບັນຊີ​ທະນາຄານ ຢູ່ ທຄຕລ
  • ເອກະສານ​ທີ່​ຈໍາເປັນ ສໍາລັບ​ເປີດ​ບັນຊີ​ທະນາຄານ​ໃໝ່ ມີ​ດັ່ງ​ນີ້:

ສໍາລັບ​ບຸກຄົນລາວ:

  • ສຳ​ເນົາ​ບັດປະຈຳຕົວ​ ຫຼື ສໍາມະ​ໂນ​ຄົວ

ສຳລັບ​ບຸກຄົນ​ຕ່າງປະ​ເທດ:

  • ສຳ​ເນົາ​ໜັງສື​ເດີ​ນທາງ​ ແລະ ບັດ​ແຮ​ງງານຢູ່ ສ.ປ.ປ.ລາວ (ຖ້າ​ມີ)
  • ສຳ​ເນົາໃບ​ຢັ້ງຢືນ​ການ​ຂຶ້ນ​ທະບຽນ​ຂອງ​ນັກ​ລົງທຶນ​ຕ່າງປະ​ເທດອອກ​ໂດຍ​ຕະຫຼາດ​ຫຼັກ​ຊັບ​ລາວ
    (​​ໃນ​ການ​ເປີດ​ບັນຊີ​ທະນາຄານ ທາງ​ບໍລິສັດ​ຫລັກ​ຊັບ ທຄຕລ-ກທ ຈຳກັດ​ ຈະ​ແນະນຳ​ທ່ານ​ ໃນ​ການ​ເປີດ​ບັນຊີ​ດັ່ງກ່າວ)

ສຳລັບ​ນິຕິບຸກຄົນ​ລາວ:

  • ສຳ​ເນົາ​ບັດປະຈຳຕົວ​ ຫຼື ສຳມະ​ໂນ​ຄົວຜູ້​ທີ່​ມີ​ອຳນາດ​ລົງ​ລາຍ​ເຊັນ
  • ສຳ​ເນົາ​ໃບ​ທະບຽນ​ວິ​ສາ​ຫະກິດ​ ແລະ ​ໃບ​ທະບຽນ​ອາກອນ (ສະບັບປີ​ລ້າ​ສຸດ)
  • ໃບ​ມອບ​ສິດ (ຖ້າ​ມີ)

ສຳລັບ​ນິຕິບຸກຄົນ​ຕ່າງປະ​ເທດ:

  • ສຳ​ເນົາ​ໜັງ​ສື​ເດີນທາງ​ (Passport) ຜູ້​ທີ່​ມີ​ອຳນາດ​ລົງ​ລາຍ​ເຊັນ
  • ສຳ​ເນົາ​ໃບ​ທະບຽນ​ວິ​ສາ​ຫະກິດ​ ແລະ ​ໃບ​ທະບຽນ​ອາກອນ (ສະບັບປີ​ລ້າ​ສຸດ)
  • ສຳ​ເນົາ​ໃບ​ອະນຸຍາດ​ລົງທຶນ​ຕ່າງປະ​ເທດ (​ໃນ​ກໍລະນີນິຕິບຸກຄົນ​ເຄື່ອນ​ໄຫວ​ທຸລະ​ກິດຢູ່ສ.ປ.ປ.ລາວ)
  • ໃບ​ມອບ​ສິດ (ຖ້າ​ມີ)

(​​ໃນ​ການ​ເປີດ​ບັນຊີ​ທະນາຄານ ທາງ​ບໍລິສັດ​ຫລັກ​ຊັບ ທຄຕລ-ກທ ຈຳກັດ​ ຈະ​ແນະນຳ​ທ່ານ​ ໃນ​ການ​ເປີດ​ບັນຊີ​ດັ່ງກ່າວ)

ເງື່ອນ​ໄຂ​ອື່ນໆ:

  • ຄ່າ​ທຳນຽມ​ເປີດ​ບັນຊີ​ທະນາຄານ                  10,000 Kip
  • ເງິນ​ຝາກ​ຂັ້ນ​ຕໍ່າ                              50,000 Kip
  • ປະ​ເພດ​ເງິນ​ຝາກ                             ປະຢັດ

ຂໍ້​ມູນ​ເພີ້​ມ​ເຕີມ, ກະລຸນາ​ເຂົ້າ​ເບິ່ງ​ໃນ​ເວັບ​ໄຊ:http://www.bcel.com.la/en/Detail.aspx?ID=23

ໝາຍ​ເຫດ: ​ເອກະສານ​ຄັດ​ຕິດ​ຂອງ ນັກ​ລົງທຶນ​ຕ່າງປະ​ເທດ​ຈະ​ຕ້ອງເປັນ​ພາສາ​ອັງກິດ ຫຼື ​ແປ​ເປັນ​ພາສາ​ອັງກິດ